ພາທ່ຽວປາສາດຫີນ ກັບ See You Again

ປາສາດເມືອງຕ່ຳ ບ້ານໂຄກເມືອງ ເມືອງ ປະໂຄນໄຊ ບຸຣີຣັມ
ອີກໜຶ່ງປາສາດໃນໄທທີ່ຄ່ອນຂ້າງສົມບູນ ແຕ່ເມື່ອເບິ່ງໄປແລ້ວ ພວກຫີນແກະສະຫຼັກນູນສູງເຊັ່ນຫີນທັບຫຼັງປະຕູ ທັງຫຼາຍ ມັນບໍ່ແມ່ນເລີຍ ເບິ່ງຄືຂອງໃໝ່ຄືຂອງຢູ່ຈັດຕຸຈັກ ຖ້າຜູ້ໃດມັກພວກແກະສະຫຼັກນູນສູງນູນຕ່ຳ ໄປທີ່ນັ້ນເລີຍ ເກົ່າແກ່ແທ້ໆ ນະຄອນວັດ ຫຼື ບັນທາຍຊະມາ ສ່ວນຜູ້ໃດມັກໂຄງສ້າງແປກໆ ແນະນຳເກາະແກຣ໌ ຫຼື ພະວິຫານ ຖ້າມັກແບບເກົ່າສັກສິດ ແນະນຳວັດພູທີ່ຈຳປາສັກ
ໃຜມາທີ່ເມືອງຕ່ຳ ທາງໜ້າມີສູນຂໍ້ມູນ ເຂົ້າໄປເບິ່ງໄດ້ເດີ້ ໄດ້ຄວາມຮູ້ຫຼາຍ
ສ່ວນຜູ້ໃດມັກ homestay ໃນບ້ານໂຄກເມືອງມີໂຮມສະເຕເຮືອນໂບຮານທີ່ເບິ່ງແລ້ວໜ້າຢ້ານໆ ມີຫຼາຍເຈົ້າໃຫ້ບໍລິການ ເລືອກໄດ້ຕາມໃຈມັກ





ປາສາດພະນົມຮຸ້ງ ແລະ ທັບຫຼັງນາລາຍນອນເທິງນ້ຳທະເລນ້ຳນົມ
ໃຜມາທີ່ນີ້ ຖ້າບໍ່ຢາກຍ່າງໄກ ຈາກທາງເຂົ້າຫຼັກໃຫ້ຂັບລົດຂຶ້ນພູມາອີກໜ້ອຍໜຶ່ງ ຈ່າຍຄ່າຜ່ານປະຕູແລ້ວຈອດລົດຂ້າງໆປາສາດເລີຍ (ດ້ານຫຼັງ)



ກຸດີຣືສີບ້ານໂຄກເມືອງ ແລະ ປາສາດບ້ານບຸ
ສອງປາສາດນ້ອຍໆແຖບເມືອງຕ່ຳ ແຫຼ່ງຕັດຫີນທີ່ນຳມາສ້າງປາສາດພະນົມຮຸ້ງ ແລະ ເມືອງຕ່ຳ ຢູ່ວັດລານຫີນຕັດ ເມືອງ ບ້ານກຣວດ ບຸຣີຣັມ

